ເຄີຍຫລືບໍ່ຮຽນເພີ່ນຈົນເມື່ອຍແລ້ວຍັງບໍ່ເຂົ້າໃຈຢູ່ດີ ?

Picture
       ໃນອະດີດມະນຸດອາດຈະເອົາຊະນະກັນໃນສົງຄາມດ້ວຍພາລະກຳລັງ ແຕ່ໃນໂລກປັດຈຸບັນນີ້ແມ່ນປ່ຽນແປງ ແລະ ແຕກຕ່າງຈາກໂລກ ໃນອະດີດຢ່າງສິ້ນເຊີງ ການທີ່ຈະຢູ່ລອດໄດ້ໃນສັງຄົມອຸດົມປັນຍາ ແມ່ນຕ້ອງມີພື້ນຖານທາງຄວາມຮູ້ຢ່າງພຽງພໍເພື່ອທີ່ຈະໃຊ້ຕໍ່ຍອດໄປສູ່ຖານ ຄວາມຮູ້ທີ່ສູງກວ່າ.
       ທາງເລືອກໃຫມ່ສຳຫລັບນ້ອງໆມັດທະຍົມທີ່ຕ້ອງການຮຽນເພີ່ມ ຫລື ຮຽນພິເສດນອກເຫນືອຈາກການຮຽນນຳ ອາຈານໃນຊົ່ວໂມງປົກກະ ຕິ ເນື່ອງຈາກວ່າການຮຽນໃນຊົ່ວໂມງປົກກະຕິພຽງຢ່າງດຽວນັ້ນອາດຈະບໍ່ພຽງພໍທີ່ຈະເຮັດເຂົ້າໃຈໃນບົດຮຽນໄດ້ ຍິ່ງເປັນເລື່ອງຄວາມເອົາໃຈ ໃສ່ຂອງອາຈານອັນນ້ອຍນິດແລ້ວ ຍິ່ງເປັນອຸປະສັກໃຫຍ່ສຳຫລັບການທີ່ຈະເຂົ້າໃຈໃນບົດຮຽນ ບວກກັບການທີ່ເປັນ ວິຊາຄຳນວນຄືຈັ່ງ ຄະນິດສາດ ຟີສິກສ໌ ແລະ ເຄມີ ແລ້ວຍິ່ງຍາກຂຶ້ນຕື່ມ.

       TC ຫລື Tutorial Centre ເຫັນໃຈບັນດານ້ອງໆ ຈຶ່ງໄດ້ອອກແບບຮູບແບບການສອນມາເປັນພິເສດ ສຳຫລັບທັງລະດັບເລີ່ມຕົ້ນ ແລະ ຜູ້ທີ່ພໍມີພື້ນຖານແດ່ແລ້ວ
ຫລັກສູດຂອງ TC ແມ່ນແນ່ໃສ່ການເສັງຈົບຊັ້ນ ມ.3 ແລະ ມ.6 ພິເສດຄືຕິວເຂັ້ມເພື່ອກຽມເຂົ້າສະຫນາມສອບເສັງເຂົ້າວິທະຍາໄລ ແລະ ມະຫາວິທະຍາໄລຕ່າງໆ.
       ທາງ TC ມີຕາຕາລາງວິຊາສອນດ້ວຍກັນ 3 ວິຊາຄື :

Picture
• ພຶດຊະຄະນິດ : ສົມຜົນ, ລະບົບສົມຜົນ, ໂລກາລິດ, ອັນດັບທະວີ, ຕຳລາ...
• ເລຂາຄະນິດ : ເນື້ອທີ່, ບໍລິມາດ, ລະບົບເສັ້ນເຄົ້າ, ເລຂາກາງຫາວ...
• ໄຕມູມມິຕິ : ລະບົບ Cos-Sin-Tg, ໄຕມູມຯໃນເລຂາຯ, ໄຕມູນຯໃນພຶດຊະຯ...
• ວິທີການຈົດຈຳສູດ, ວິທີການເຂົ້າໃຈໃນສູດ, ວິທີໂກດໂຈດຄະນິດສາດ...
• ແລະ ອື່ນໆອີກໃນເຄືອຄະນິດສາດ.

Picture
• ກົນລະສາດ : ການເຄື່ອນທີ່ 1 ມິຕິ, ການເຄື່ອນທີ່ 2 ມິຕິ, ການເຄື່ອນທີ່ດ້ວຍອັດຕາເລັ່ງ...
• ພະລັງງານ : ແຮງງານ, ກຳລັງ, ພະລັງງານກົນ, ພະລັງງານໄຟຟ້າ...
• ອຸນຫະພູມ : ການຮັບ-ການສົ່ງພະລັງງານຄວາມຮ້ອນ, ການສົມດຸນພະລັງງານ...
• ໄຟຟ້າ : ກະແສໄຟຟ້າກົງ, ກະແສໄຟຟ້າສະຫລັບ, ອີເລັກຕຣອນ...
• ແລະ ອື່ນໆອີກໃນເຄືອຟີສິກສ໌.

Picture
• ອະຕອມ : ອະນຸພາກມູນຖານໃນອະຕອມ, ມວນສານໂມເລກຸນ, ພັນທະເຄມີ...
• ໄອອອນ : ໄອອອນ+, ໄອອອນລົບ, ຂົ້ວແອໂນດ, ຂົ້ວແຄໂທດ...
• ຕາຕາລາງທາດ : ອ່ານຕາຕາລາງ, ຄ່າເລກລຳກັບ, ຄ່າມວນສານອະຕອມ...
• ປະຕິກິລິຍາ : ການປະສົມທາດ, ສູດໂມເລກຸນ, ການຮັບ-ສົງອະຕອມ...
• ແລະ ອື່ນໆອີກໃນເຄືອເຄມີ.

       ສຳຫລັບລະດັບໃນການຮັບຕິວນັ້ນກໍແມ່ນຕັ້ງແຕ່ ມ.1 ຈົນເຖິງລະດັບປະລິນຍາຕີປີທີ 1 ສາມາດເລືອກວິຊາຕິວໄດ້ຕາມຄວາມປະສົງ, TC ຮັບປະກັນວ່າຖ້າຈົບການ ຕິວໄປແລ້ວຈະເຂົ້າໃຈໃນຫລັກການການຄຳນວນໄດ້ເປັນຢ່າງດີ ແລະ ພ້ອມທີ່ຈະຮັບມືກັບໂຈດໄດ້ໃນທຸກຮູບແບບ. ພ້ອມແລ້ວຫລືຍັງສຳຫລັບຕຳແຫນ່ງວ່າທີ່ ແພດ, ທະນາຍຄວາມ, ວິສະວະກອນ, ສະຖາປະນິກ, ນັກເສດຖະສາດ, ໂປຣແກຣມເມີຣ໌ ແລະ ອື່ນໆອີກຕາມໃຈຝັນ.

ຕິດຕໍ່ເຂົ້າຕິວໄດ້ທີ່
email address : [email protected]
mobile phone number : 020 7600773
ນິກຊ້າ @ ວຽງຈັນ.
visite laosci blog